ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຕ້ອນຮັບຄະນະ​ຜູ້​ແທນ​ກົມ​ເສນາ​ຮັກ
ກົມ​ໃຫຍ່​ພະລາ​ທິ​ການ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ


    ໃນ​ວັນ​ທີ 6 ມີນາ 2023, ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຕ້ອນຮັບຄະ ນະ​ຜູ້​ແທນ​ກົມ​ເສນາ​ຮັກ ກົມ​ໃຫຍ່​ພະລາ​ທິ​ການ​ກອງທັບປົດ​ປ່ອຍ​ປະຊາຊົນ​ຈີນ ເຂົ້າຢ້ຽມ​ຂ່ຳນັບ ນຳ​ໂດຍ ສະຫາຍ ພັນ​ເອກ ພິເສດ ຮາວ ຫລິນ​ຢວນ ເນື່ອງ ໃນ​ໂອກາດ​ທີ່​ຄະນະ​ເດີນທາງ​ມາຢ້ຽມ​ຍາມ ແລະ ເຮັດ​ວຽກ ຢູ່ ​ສປປ ລາວ ໃນ​ລະຫວ່າງວັນ​ທີ 5-9 ມີນາ 2023.

    ສະຫາຍ ພັນ​ເອກ ພິເສດ ຮາວ ຫລີນ​ຢວນ ໄດ້​ລາຍ​ງານເນື້ອ​ໃນ​ຈຸດປະສົງ​ໃນ​ການ​ມາ ຢ້ຽມຢາມ ແລະ ເຮັດວຽກ​ຢູ່ ​ສປປ ລາວ ໃນ​ຄັ້ງ​ນີ້ແມ່ນເພື່ອ​ ແລກປ່ຽນຄຳ​ຄິດ​ເຫັນ, ລົງ​ກວດ​ສະຖານທີ່​ສ້າງ​ສູນ​ວິໄຈ​ພະຍາດເຂດ​ຮ້ອນ, ເພື່ອ​ຍົກ​ລະດັບ​ໂຮງໝໍ​ສູນກາງ 103 ກອງທັບ​ປະຊາຊົນ​ລາວ ໃຫ້​ມີ​ຫ້ອງ​ວິໄຈ​ໃນ ​ ການ​ຊອກ​​ຄົ້ນ​ຫາ​ເຊື້ອ​ພະຍາດ​ຊຶມ​ເຊື້ອ​ໄດ້​ງ່າຍ ແລະ ວ່ອງໄວ ເພື່ອເຮັດ​ໃຫ້​ໂຮງໝໍ​ສູນ​ກາງ 103 ກອງທັບເປັນ​ໂຮງໝໍ​ທີ່​ທັນ​ສະໄໝ.

    ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຕ້ອນຮັບ​ອັນ​ອົບ​ອຸ່ນ ແລະ ຍ້ອງຍໍ​ຊົມເຊີຍຕໍ່ຄະນະ​ຜູ້​ແທນ​ກົມ​ເສນາ​ຮັກ ກົມ​ໃຫຍ່​ ພະລາ​ທິ​ການ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ທີ່​ໄດ້​ເດີນທາງ​ມາ​ຢ່ຽມ​ຢາມ ແລະ ເຮັດ​ວຽກຢູ່ ​ສປປ ລາວ ໃນ​ຄັ້ງ​ນີ້, ເຊິ່ງ​ເປັນ​ບາດກ້າວ​ອັນ​ສຳຄັນ​ໃນ​ການ​ປະ ກອບສ່ວນ​ການ​ຊ່ວຍເຫຼືອຂອງ ​ສປ ຈີນ ຕໍ່ກອງທັບ​ປະຊາຊົນ​ລາວ ເວົ້າ​ລວມເວົ້າ​ສະເພາະກໍ​ແມ່ນ​ໂຄງການ​ໂຮງໝໍ​ສູນ​ກາງ 103 ກອງທັບ, ໂຄງການ​ຂະ​ ບວນ​ລົດໄຟ​ສັນຕິພາບທີ່​ຜ່ານ​ມາ​ນັ້ນ, ໄດ້​ຮັບ​ຜົນສຳເລັດ​ອັນ​ຈົບງາມ. ນອກ​ນີ້, ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ສືບຕໍ່​ກວດກາ​ສະຖານທີ່ເພື່ອ​ສ້າງ​ສູນ​ວິໄຈ​ພະຍາດ​ເຂດ ​ຮ້ອນ ໃຫ້​ມີ​ຄວາມ​ເໝາະ​ສົມ ແລະ ໄດ້​ຮັບ​ໝາກຜົນ​ສູງ. ຂ່າວ​ຍັງ​ແຈ້ງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນ​ໂອກາດ​ດຽວ​ກັນ​ນີ້, ຄະນະ​ຜູ້​ແທນ​ກົມ​ເສນາ​ຮັກ ກົມ​ໃຫຍ່​ພະລາ ທິ​ການ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ຍັງ​ໄດ້​ພົບ​ປະ​ສອງ​ຝ່າຍກັບ ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ຫົວໜ້າ​ກົມ​ໃຫຍ່​ພະລາ​ທິ​ການ​ກອງທັບ ແລະ ສະຫາຍ ພົນ​ຈັດຕະວາ ຄຳ​ແພງ ພູມ​ມະ​ແກ້ວ ຫົວໜ້າ​ກົມ​ເສນາ​ຮັກ ກົມ​ໃຫຍ່​ພະລາ​ທິ​ການ​ກອງທັບ​ປະຊາຊົນ​ລາວຕື່ມ​ອີກ.

ແຫຼ່ງທີ່ມາ: ວິໄລພອນ
ວັນທີ 07/03/2023